Description

ຫ້ອງການ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສະເໜີຂໍເປີດໂຄງການບໍລິຈາກເພື່ອສັງຄົມ ພາຍໃຕ້ຊື່ໂຄງການ: “ລະດົມການບໍລິຈາກຊ່ວຍເຫຼືອຜູ້ປະສົບໄພພິບັດ ປີ 2024” ອີງໃສ່ສະພາບອາກາດຕາມລະດູການ ສົມທົບໃສ່ກັບພາຍຸເຂດຮ້ອນ ໄດ້ພັດຜ່ານເຂົ້າມາສປປ ລາວ ໄດ້ເຮັດໃຫ້ເກີດໄພພິບັດ ນໍ້າຖ້ວມ, ດິນເຈື່ອນ ສົ່ງຜົນກະທົບຕໍ່ 15 ແຂວງ ໃນຂອບເຂດທົ່ວປະເທດ ຈຳນວນ 60 ເມືອງ, 541 ບ້ານ, 17,548 ຄອບຄົວ ກວມຈຳນວນພົນ 36,208 ຄົນ, ໂຄງລ່າງພື້ນຖານຖືກຄວາມເສຍຫາຍ, ເນື້ອທີ່ທຳການຜະລິດຂອງປະຊາຊົນຖືກເສຍຫາຍ, ຄາດຄະເນມູນຄ່າເສຍຫາຍເບື້ອງຕົ້ນ 318 ຕື້ກວ່າກີບ. ເພື່ອເປັນການຊ່ວຍເຫຼືອຜູ້ປະສົບໄພດັ່ງກ່າວ ຈິ່ງສະເໜີຂໍການຮ່ວມມືມາຍັງທ່ານເພື່ອເປີດການລະດົມເງິນຈາກສັງຄົມ ເພື່ອຊ່ວຍເຫຼືອ ຜູ້ປະສົບໄພພິບັດດັ່ງກ່າວ ໂດຍຜ່ານໂຄງການ One heart ຂອງ ທຄຕລ ເພື່ອເປັນການຮັບບໍລິຈາກທີ່ໂປ່ງໃສ ທ່ານຜູ້ບໍລິຈາກສາມາດ ຕິດຕາມເງິນທີ່ບໍລິຈາກໄດ້ຜ່ານລະບົບ ຂອງ ທຄຕລ.

Expenses

ສຳລັບວົງເງິນໃນການເປີດບໍລິຈາກ ແມ່ນບໍໄດ້ກຳນົດວົງເງິນບໍລິຈາກ
ພາຍຫຼັງໄດ້ຮັບການບໍລິຈາກແລ້ວ ທາງ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຈະໄດ້ສົມທົບ ກັບທາງອົງການຈັດຕັ້ງທີ່ກ່ຽວຂ້ອງ ເພື່ອລົງມອບເງິນໃຫ້ກັບຜູ້ປະສົບໄພພິບັດດັ່ງກ່າວ

Activities

ເປີດກິດຈະກໍາລະດົມທຶນບໍລິຈາກ ຊ່ວຍເຫຼືອຜູ້ປະສົບໄພພິບັດນໍ້າຖ້ວມ ປີ 2024 ຜ່ານລະບົບ BCEL OneHeart

04/10/2024

ເປີດກິດຈະກໍາລະດົມທຶນບໍລິຈາກຊ່ວຍເຫຼືອຜູ້ປະສົບໄພພິບັດນໍ້າຖ້ວມ ປີ 2024 ຜ່ານລະບົບ BCEL OneHeart ລະຫວ່າງ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ແລະ ທະນາຄານການຄ້າຕ່າງປະເທດລາວມະຫາຊົນນະຄອນຫຼວງວຽງຈັນ, ວັນທີ 14 ກັນຍາ 2024 ໃນວັນເສົາ ວັນທີ 14 ກັນຍາ 2024 ເວລາ 16:00 ໂມງ ທີ່ ສວນເຈົ້າອານຸວົງ ໄດ້ມີການຈັດພິທີຖະແຫລງຂ່າວ ເປີດກິດຈະກໍາລະດົມທຶນບໍລິຈາກຊ່ວຍເຫຼືອຜູ້ປະສົບໄພພິບັດນໍ້າຖ້ວມ ປີ 2024 ຜ່ານລະບົບ BCEL OneHeart ຂຶ້ນຢ່າງເປັນທາງການ. ໃຫ້ກຽດຂຶ້ນຖະແຫລງຂ່າວໃນຄັ້ງນີ້ໂດຍ ທ່ານ ວົງຄໍາ ພັນທະນຸວົງ ຫົວໜ້າກົມສັງຄົມສົງເຄາະ ຫົວໜ້າກອງເລຂາຄະນະກໍາມະການຄຸ້ມຄອງໄພພິບັດ ຕາງໜ້າ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ພາຍໃຕ້ການເຂົ້າຮ່ວມຂອງ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ, ທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ນາງ ວັດທະນາ ດາລາລອຍ ຮັກສາການຜູ້ວ່າການທະນາຄານ ແຫ່ງ ສປປ ລາວ, ທ່ານ ນາງ ສາຍສະໝອນ ຈັນທະຈັກ ຜູ້ອໍານວຍການ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ, ນອກນັ້ນ ກໍ່ຍັງມີບັນດາທ່ານຮອງລັດຖະມົນຕີ, ທ່ານຮອງເຈົ້າຄອງນະຄອນຫຼວງວຽງຈັນບັນດາຕາງໜ້າອົງການຈັດຕັ້ງມະຫາຊົນ, ທ່ານຜູ້ຕາງໜ້າສະພາອຸດສະຫະກໍາການຄ້າ, ຕາງໜ້າອົງການຈັດຕັ້ງທາງສັງຄົມ ແລະ ສື່ມວນຊົນຈາກຫຼາຍພາກສ່ວນກໍ່ໄດ້ເຂົ້າຮ່ວມຢ່າງພ້ອມພຽງ. ຈຸດປະສົງຂອງງານແມ່ນ ເພື່ອຖະແຫລງຂ່າວ ເປີດກິດຈະກໍາລະດົມທຶນບໍລິຈາກຊ່ວຍເຫຼືອຜູ້ປະສົບໄພພິບັດນໍ້າຖ້ວມ ປີ 2024 ຜ່ານລະບົບ BCEL OneHeart ພາຍໃຕ້ຊື່ “ໂຄງການຊ່ວຍເຫຼືອຜູ້ປະສົບໄພພິບັດ ປີ 2024” ເພື່ອເປັນອີກຊ່ອງທາງໜຶ່ງ ທີ່ໄວໃນການລະດົມທຶນຈາກສັງຄົມ, ບຸກຄົນ ແລະ ນິຕິບຸກຄົນ, ບໍລິສັດຫ້າງຮ້ານຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ ສາມາດຮ່ວມບໍລິຈາກໄດ້ໄດ້ຕະຫຼອດ 24 ຊົ່ວໂມງ ເພື່ອສົມທົບເຂົ້າໃນການຊ່ວຍເຫຼືອປະຊາຊົນ ບັນດາແຂວງທີ່ໄດ້ຮັບກະທົບຈາກໄພພິບັດ ປີ 2024 ໂດຍເລີ່ມເປີດນັບຕັ້ງແຕ່ ວັນທີ 14/09/2024 ເວລາ 15:30 ໂມງ ຈົນເຖິງ 30 ຕຸລາ 2024 24:00 ໂມງ, ໂຄງການດັ່ງກ່າວ ທຄຕລ ມີໜ້າທີ່ຮັບຜິດຊອບ ເປີດໂຄງການດ້ານລະບົບຂອງ BCEL OneHeart ພາຍຫຼັງປິດໂຄງການ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຮັບຜິດຊອບໃນການຈັດຕັ້ງປະຕິບັດ ນໍາໃຊ້ເງິນຈາກລະບົບນີ້ໃຫ້ຖືກເປົ້າໝາຍ ຈັດສັນໃນການຊ່ວຍເຫຼືອຟື້ນຟູໃຫ້ແກ່ບັນດາແຂວງ ທີ່ໄດ້ຮັບຜົນກະທົບຈາກໄພພິບັດ ໃນປີ 2024 ຕາມຜົນການກະທົບໜັກຫຼາຍ, ໜັກໜ້ອຍ ໃຫ້ສາມາດຊ່ວຍໃຫ້ທົ່ວເຖິງຄົບທຸກແຂວງ ທີ່ໄດ້ຮັບຜົນກະທົບ ໂດຍມີການລາຍງານແຈ້ງໃຫ້ສັງຄົມຮັບຊາບ. ເພື່ອສະແດງຄວາມຫ່ວງໄຍຈາກໃຈ ຕໍ່ຜູ້ປະສົບໄພທັງໝົດໃນຂອບເຂດທົ່ວປະເທດ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ໄດ້ປະກອບສ່ວນເງິນຂອງ ທຄຕລ ຈໍານວນ 1.000.000.000 ກີບ (ໜຶ່ງຕື້ກີບ), ໃຫ້ແກ່ໂຄງການ OneHeart ຂອງຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຊື່ “ໂຄງການຊ່ວຍເຫຼືອຜູ້ປະສົບໄພພິບັດ ປີ 2024” ເພື່ອຊ່ວຍເຫຼືອຜູ້ປະສົບໄພພິບັດໃນຂອບເຂດທົ່ວປະເທດ. ນອກນັ້ນ; ສໍາລັບຜູ້ບໍລິຈາກຢູ່ຕ່າງປະເທດ ທີ່ຮ່ວມບໍລິຈາກຊ່ວຍເຫຼືອຜ່ານໂຄງການດັ່ງກ່າວ ດ້ວຍບັດສາກົນ ເຊັ່ນ: UnionPay, VISA, Master Card, JCB ແລະ American Express (AMEX) ຜ່ານເວັບໄຊທ໌ www.oneheart.la ໂດຍ ທຄຕລ ຈະຮັບຜິດຊອບຈ່າຍຄ່າທຳນຽມ 2,5%-4% ຂອງຍອດບໍລິຈາກໃຫ້ກັບສູນບັດສາກົນ ໂດຍທີ່ຍອດບໍລິຈາກຂອງທ່ານຈະເຂົ້າໂຄງການເຕັມ 100%. ຂໍ້ມູນກ່ຽວກັບ BCEL One Heart BCEL One Heart ແມ່ນຜະລິດຕະພັນໜຶ່ງທີ່ນໍາໃຊ້ທ່າແຮງທາງດ້ານເທັກໂນໂລຢີ ແລະ ຄວາມທັນສະໄໝ ເປັນເຄື່ອງມືລະດົມທຶນຊ່ວຍເຫຼືອສັງຄົມໂດຍບໍ່ຫວັງຜົນຕອບແທນ, ມີຄວາມສະດວກທັງຜູ້ຂໍຮັບບໍລິຈາກ ແລະ ຜູ້ສະໝັກໃຈບໍລິຈາກ ສະດວກ, ວ່ອງໄວ ໂປ່ງໃສ ແລະ ກວດສອບໄດ້. BCEL One Heart ໄດ້ເລີ່ມນໍາໃໍຊ້ແຕ່ເດືອນ 12 ປີ 2017 ເປັນຕົ້ນມາ ສາມາດເປັນສື່ກາງລະດົມທຶນຊ່ວຍທັງໝົດ 94 ໂຄງການ, ຈໍານວນບໍລິຈາກ 78.516 ຄັ້ງ ແລະ ສາມາດລະດົມທຶນ ຈໍານວນ 9,9 ຕື້ກວ່າກີບ. ທ່ານສາມາດສະເໜີຂໍເປີດໂຄງການຕ່າງໆເພື່ອຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຜ່ານ BCEL One Heart ໄດ້ ພາຍໃຕ້ເງື່ອນໄຂໂຄງການຊ່ວຍເຫຼືອຜູ້ປະສົບໄພພິບັດ, ໂລກລະບາດ, ໂຄງການ ຊ່ວຍເຫຼືອປຸກສ້າງອາຄານຮຽນ-ຊື້ອຸປະກອນການສຶກສາ ໃຫ້ໂຮງຮຽນຊົນນະບົດຫ່າງໄກສອກຫຼີກ ແລະ ສະໜັບສະໜູນໃຫ້ທຶນການສຶກສາແກ້ຜູ້ທຸກຍາກດ້ວຍໂອກາດ ແລະ ອື່ນໆ”